ເສຍພາສາເໝືອນເສຍຊາດ
ເສຍພາສາເໝືອນເສຍຊາດ ມ້ຽນມິ່ງມໍຣະນັງ
ຊື່ສຽງມວນມາຍມຸດ ລຶບສູນສະຫຼາຍສ້ຽງ
ສຽງບໍ່ໃສຍາມຈາເວົ້າ ສາກົນຄົນເຂົາດູຖູກ
ປະຫວັດຂຽນຂີດແຕ້ມ ແຊມທ້າຍກ່າວປະນາມ
ຮ້ອຍວັນພັນໝື່ນມື້ ຄົນຈາດ່າວິຈານຕິ
ໃຜຫາກທຳລາຍສຽງ ສື່ອັກສອນພາສາເວົ້າ
ພໍພຽງເຍົາຫຼືສູນສິ້ນ ອັກສອນສິນພາສາສາດ
ຊາດກໍມ້ວຍມິ່ງສ້ຽງ ພື້ນຖານເຄົ້າກໍເລົ່າເພ
