ຖ້າທ່ານມີປັນຫາເລື່ອງຖືກໄວຣັສ ກັນ Show Hidden File and Folder ບໍ່ຢາກເອົາເຂົ້າຮ້ານ ເປືອງເງິນເພີ່ມ ຫຼືບໍ່ມີເວລາ ລອງວິທີນີ້ເບິ່ງ
1. ເຂົ້າ Registry Editer (Start > Run > ພິມ Regedit)
2. ເຂົ້າໄປ HKEY_LOCAL_MACHINE > SOFTWARE > Microsoft >
Windows > CurrentVersion > Explorer >
Advanced > Folder > Hidden > SHOWALL
3. ລຶບ "CheckedValue" ອອກເລີຍ
4. ແລ້ວສ້າງໃໝ່ ໂດຍ ຄລິກເມົ່າຂວາໃສ່ບ່ອນວ່າງດ້ານຂວາ > New > DWord Value
5. ຊ່ອງ Name: ພິມ "CheckedValue" , Value ໃສ່ຄ່າ "1" ກົດ OK
6. ປິດ Registry Editer
7. ເປີດ My Computer ( ຫ້າມ! ຫ້າມດັບເບີ້ນຄລິກ ໄອຄ່ອນ ຂອງທຸກໆ Drive ຢ່າງເດັດຂາດ)
8. ໄປທີ່ Tools > folder options
9. ເລືອກແທັບ View ເລືອກ Hidden files and folders ເປັນ "show hidden files and folders"
10. ຖອດຕິ໊ກ "Hide extensions for known file types" ອອກ
11. ຖອດຕິ໊ກ "Hide protect Operating System Files (Not recommend)" ອອກ
12. Ok
13. ໃນ Window Explorer ທີ່ແທບ Address bar ໃຫ້ພິມ "C:" ແລ້ວ Enter
14. ລຶບທຸກໄຟລ໌ທີ່ເປັນ ".bat" ຍົກເວັ້ນ autoexec.bat
15. ໃນ C:\windows\system32\ ລຶບ "ckvo.exe" , "ckvo.dll" , "ckvo0.dll" , "ckvo1.dll" (ຫຼືທຸກໄຟທີ່ຂຶ້ນຕົ້ນດ້ວຍ ckvo) ບາງກໍລະນີກໍ່ບໍ່ມີໄຟລ໌ພວກນີ້ກໍ່ຖືວ່່າສຳເລັດ
16. Restart ເຄື່ອງໃໝ່
17. ມ່ວນກັບຄອມຕໍ່ໄປ ^__^